13/03/2013 12:00:00 am - ທົດລອງວິຊາຟີຊິກສາດກ່ຽວກັບກົດເກນໂອມ |
ວິທະຍາສາດທຳມະຊາດ![]() ເມື່ອເວລາ 7 ໂມງ30ນາທີ ຂອງວັນທີ 13/3/2013 ຫ້ອງປີທີ 2ງ ວິທະຍາສາດທຳມະຊາດລະບົບ (12+4)ໄດ້ເຮັດການທົດລອງໃນວິຊາຟີຊິກເລື່ອງກ່ຽວກັບໄຟຟ້າກົດເກນໂອມ ຊີ້ນຳການທົດລອງໂດຍອາຈານບຸນເລີດ ໂຄດສົມບັດ ເຊິ່ງເພື່ອປະຕິບັດຕາມແຜນການພາກຮຽນທີ 2 ຂອງຫ້ອງການ ວິທະຍາສາດທຳມະຊາດ ແລະ ຫຼັງຈາກຮຽນທິດສະດີແລ້ວ ຈະຕ້ອງເຮັດທົດລອງຕົວຈິງເພື່ອໃຫ້ນັກສຶກສາຄູກ້າວສູ່ຄຸນນະພາບ. ໃນການປະຕິບັດຄັ້ງນີ້ມີຈຳນວນນັກສຶກສາ 39 ຄົນ,ຍິງ 30 ຄົນ ໄດ້ແບ່ງອອກເປັນ 5 ກຸ່ມ ແຕ່ລະກຸ່ມມີ 7-8 ຄົນ ແຕ່ເຄື່ອງທົດລອງຂອງພວກເຮົາມີ 2ຊຸດໄດ້ຜັດປ່ຽນກັນເຂົ້າມາປະຕິບັດທົດລອງຈົນໝົດທຸກກຸ່ມເຫັນວ່ານັກສຶກສາໄດ້ຕັ້ງໜ້າເຮັດການທົດລອງຢ່າງເອົາໃຈໃສ່ ແລະ ຈະໄດ້ຂຽນບົດລາຍງານການທົດລອງສົ່ງອາຈານຊີ້ນຳການທົດລອງໃນຊົ່ວໂມງຕໍ່ໄປ. ການປະຕິບັດທົດລອງຈົນຮອດເວລາ 9 ໂມງນາທີຈຶ່ງເຮັດການທົດລອງສຳເລັດແລ້ວເກັບມ້ຽນອຸປະກອນໃຫ້ຮຽບຮ້ອຍ ແລະ ອານາໄມຫ້ອງທົດລອງ. ຂຽນໂດຍ ອາຈານ ບຸນເລີດ ໂຄດສົມບັດ |