16/09/2013 12:00:00 am - ການຈັດພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ປີ 2013 ຄົບຮອບ 19 ປີ |
ວັດຜົນ-ປະເມີນຜົນ![]() ແຈ້ງການ ເນື່ອງໃນໂອກາດທີ່ ວິທະຍາໄລຄູ ສະຫວັນນະເຂດ ຈະໄດ້ມີການຈັດພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ປີ 2013 ຄົບຮອບ 19 ປີ (1994-2013) ຈັດຂຶ້ນທີ່ ວິທະຍາໄລຄູ ສະຫວັນນະເຂດ ລະຫວ່າງວັນທີ 30 ກັນຍາ ຫາວັນທີ 4 ຕຸລາ 2013. * ຈຸດປະສົງໃນການຈັດພິທີ: - ລະນຶກເຖິງບຸນຄຸນຂອງຄູໃນໄລຍະຜ່ານມາ. - ສ້າງເງື່ອນໄຂໃຫ້ເພື່ອນຮ່ວມອາຊີບຄູໄດ້ມີໂອກາດພົບປະແລກປ່ຽນບົດຮຽນກ່ຽວກັບການຮຽນ-ການສອນ. - ໃຫ້ປະສົບການ ແລະ ບົດຮຽນແຫ່ງຊີວິດໃນອາຊີບຄູ ແກ່ນັກສຶກສາຄູຮຸ່ນປັດຈຸບັນ ທີ່ຈະກ້າວໄປເປັນຄູທີ່ດີໃນອະນາຄົດ. - ເສີມສ້າງຄວາມສັດທາ ແລະ ຍົກສູງຖານະບົດບາດຂອງຄູໃນສັງຄົມ. * ເປົ້າໝາຍຜູ້ເຂົ້າຮ່ວມ: - ອະດີດພະນັກງານ-ອາຈານສອນ, ອະດີດນັກສຶກສາຂອງວິທະຍາໄລຄູ ສະຫວັນນະເຂດທຸກໆຮຸ່ນ, ເພື່ອນຮ່ວມງານຂອງຄູ, ພະນັກງານ, ພໍ່ແມ່ນັກຮຽນ ແລະ ປະຊາຊົນໃນທຸກສາຂາອາຊີບ. * ວິທີການດຳເນີນ: - ປະຖະກະຖາໃນຫົວຂໍ້ຕ່າງໆ ທີ່ພົວພັນເຖິງຜົນງານຂອງຄູໃນໄລຍະຜ່ານມາ. - ຈັດໃຫ້ມີການພົບປະລະຫວ່າງອະດີດນັກສຶກສາ ວ.ຄ.ສ ໃນແຕ່ລະຮຸ່ນ. - ຈັດໃຫ້ມີການສຳມະນາກ່ຽວກັບການຮຽນ-ການສອນ ລະຫວ່າງຄູເກົ່າ ແລະ ຄູໃໝ່. - ຈັດຕັ້ງການສະເຫຼີມສະຫຼອງ ແລະ ມອບໃບຍ້ອງຍໍຂັ້ນຕ່າງໆໃຫ້ຄູທີ່ມີຜົນງານ. ດັ່ງນັ້ນ, ຈຶ່ງແຈ້ງການມີ້ມາຍັງທຸກທ່ານເພື່ອຊາບ ແລະ ທ່ານສາມາດສະແດງຄວາມຄິດເຫັນ, ການປະກອບສ່ວນທາງດ້ານວັດຖຸປັດໄຈ, ຄຳອວຍພອນ ຫຼື ແຈ້ງຈຸດປະສົງທີ່ຈະເຂົ້າຮ່ວມງານໄດ້ທີ່: ໂທ: 041 - 202 081 Fax: 041 - 213 667 E-Mail: savanttc@yahoo.com Website: savannakhet-ttc.edu.la |