ຂ່າວສະຖາບັນ

ວິທະຍາໄລຄູສະຫວັນນະເຂດ ປະຕິບັດນະໂຍບາຍເງິນສົງເຄາະ ແດ່ຄອບຄົວ ອຈ ສົມບູນ ນັນທະວົງສາ ທີ່ໄດ້ສູນເສຍແມ່ທີ່ແສນເຄົາລົບຮັກ

ລົງວັນທີ: 07-ພຶດສະພາ-2025 ຜູ້ຂຽນ:ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນະພາບ

ເວລາ 11:00 ນາທີ ຂອງວັນທີ 25 ເມສາ 2025 ຄະນະພັກ, ຄະນະອຳນວຍການ, ຄະນະພະແນກ/ພາກວິຊາ , ພະນັກງານຄູອາຈານ ຕ່າງໜ້າໃຫ້ວິທະຍາໄລຄູສະຫວັນນະເຂດ ໄດ້ຮ່ວມແບ່ງເບົາຄວາມທຸກໂສກ ໄວ້ອາໄລແດ່ການຈາກໄປຂອງທ່ານ ນາງຈັນແດງ ເກດຕະວົງ ຜູ້ທີ່ເປັນແມ່ຂອງ ອາຈານ ສົມບູນ ນັນທະວົງສາ ທີ່ໄດ້ເສຍຊີວິດ ໃນວັນທີ 24 ເມສາ 2025 ດ້ວຍໂລກຊະລາ ທີ່ບ້ານຫົວເມືອງໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ໃນພິທີດັ່ງກ່າວ ທ່ານ ລັດສະໝີ ພະໄຊສີ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະ ກໍໄດ້ແບ່ງເບົາຄວາມທຸກໂສກນຳຄອບຄົວ ດ້ວຍການມອບເງິນນະໂຍບາຍສົງເຄາະກິນທານ ໃນນາມພະນັກງານທັງໝົດ ເປັນຈຳນວນເງິນ 5,520,000 ກີບ ຕໍ່ກັບການສູນເສຍໃນຄັ້ງນີ້ ວິທະຍາໄລຄູສະຫວັນນະເຂດ ຂໍສະແດງຄວາມເສຍໃຈຢ່າງຍິງນຳຄອບຄົວຂອງທ່ານ ຂໍໃຫ້ດວງວິນຍານຂອງທ່ານ ຈັນແດງ ເກດຕະວົງ ໄປສູ່ສຸກຂະຕິສຸກດ້ວຍເຖິດ.

ຂ່າວສານຫຼ້າສຸດ

ວິທະຍາໄລຄູສະຫວັນນະເຂດ ປະຕິບັດນະໂຍບາຍເງິນສົງເຄາະ ແດ່ຄອບຄົວ ອຈ ສົມບູນ ນັນທະວົງສາ ທີ່ໄດ້ສູນເສຍແມ່ທີ່ແສນເຄົາລົບຮັກ

ລົງວັນທີ:07-ພຶດສະພາ-2025

ຂ່າວສະຖາບັນ
ການແຂ່ງຂັນສີລະປະຂອງນັກສຶກສາພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ຄັ້ງວັນທີ 02 / 04 / 2025 ເວລາ 13 ໂມງ 30 ນາາທີ ເຖິງ 16 ໂມງ 30 ນາາທີ ທີ່ ອາຄານ AJ ໂດຍໃຫ້ກຽດເປັນປະທ່ານ ຂອງ ທ່ານ ພົມມາໄຊຍະວົງ

ລົງວັນທີ:02-ເມສາ-2025

ຂ່າວສະຖາບັນ
ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດກອງປະຊຸມຕິດຕາມ, ກວດກາ ແລະ ເກັບກຳການນໍາໃຊ້ຄູ ຢູ່ວິທະຍາໄລຄູສະຫວັນນະເຂດ ສົກຮຽນ 2024-2025.

ລົງວັນທີ:21-ມີນາ-2025

ຂ່າວສະຖາບັນ
ພິທີປະກາດເລື່ອນສະມາຊິກພັກສຳຮອງ ເປັນ ສະມາຊິກພັກສົມບູນ

ລົງວັນທີ:15-ມີນາ-2025

ຂ່າວສະຖາບັນ
ພິທີປະກາດບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກວິທະຍາສາດທຳມະຊາດ ຮາກຖານພັກວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:15-ມີນາ-2025

ຂ່າວສະຖາບັນ
ກອງປະຊຸມການນຳສະເໜີຂອບຄວາມຄິດ ແລະ ແຜນດຳເນີນການວິໄຈ ສະໜັບສະໜູນບົດວິພາກໃນການຍົກສະຖານະ ວິທະຍາໄລຄູ ເປັນສະຖາບັນສ້າງຄູ ປະຈຳສົກປີ 2025 ຄັ້ງວັນທີ 13 ມີນາ 2025 ທີ່ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:15-ມີນາ-2025

ຂ່າວສະຖາບັນ