ກ່ຽວກັບ ວ.ຄ.ສ(ວິທະຍາໄລຄູສະຫວັນນະເຂດ)

ວິໄສທັດໂຮງຮຽນ
ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ. ວິຊາຊີບຄູລ້ຳເລີດ ປະເສີດທາງປັນຍາ ອະນາຄົດສົດໃສ ກ້າວໄປສູ່ສາກົນ.
ວິໄສທັດຫ້ອງການ
ເກັ່ງວິທະຍາສາດ ສະຫຼາດຄິດໄລ່ ວ່ອງໄວປະຕິບັດ ວິໄນເຄັ່ງຄັດ ວິໃສທັດກວ້າງໄກ. ອຸດົມການລ້ຳເລີດ ປະເສີດຄຸນນະທຳ ນຳໜ້າວິຊາຄູ. ການຮຽນພາສາຕ່າງປະເທດ ຄືຕົ້ນເຫດຄວາມເຂົ້າໃຈໃນວັດທະນະທຳສາກົນ ເຝິກຝົນພູມປັນຍາ ພັດທະນາຄວາມຮູ້ດ້ານວິທະຍາສາດ ພາຊາດຈະເລີນ ເດີນສູ່ຄວາມສີວິໄລ ກ້າວໄປໃຫ້ທັນໂລກ. ຄຸນສົມບັດວັດທະນະທຳເປັນເລີດ ປະເສີດຄືການສຶກສາ.

ກິດຈະກຳນອກຫຼັກສູດ

ປະກອບມີ ຕັດຫຍິບປະເພດຕ່າງໆ ບໍລິການພາຍໃນ ແລະ ພາຍນອກ ວຄສ. ນອກຈາກນີ້ຍັງມີການເຝິກອົບຮົມໃຫ້ນັກສຶກສາທຸກສາຍຮຽນ.

ແມ່ນໄດ້ບໍລິການຂາຍອາຫານໃຫ້ນັກສຶກສາ, ພະນັກງານຄູ-ອາຈານ ແລະ ຈັດການເຝິກອົບຮົມການປຸງແຕ່ງອາຫານຕ່າງໆໃຫ້ກັບນັກສຶກສາທຸກໆສາຍຮຽນ. ມີການແກະສະຫຼັກ, ຂວັດລາຍ ແລະ ແຕ້ມຮູບພາບຕ່າງໆ.

ປະກອບມີການຟ້ອນຈັງຫວະຕ່າງໆ, ຮ້ອງເພງ, ລຳ, ສະແດງລະຄອນ, ຈັດຕັ້ງໂຄງການກວດສອບສີລະປະ ປະຈຳສົກຮຽນ. ເສີມສວຍແມ່ນໄດ້ເປີດບໍລິການສູນເສີມສວຍໃຫ້ນັກສຶກສາ ແລະ ພະນັກງານຄູ-ອາຈານ ນອກນີ້ຍັງມີການເຝິກອົບຮົມໃຫ້ກັບນັກສຶກສາທຸກໆສາຍຮຽນ.

ແມ່ນໄດ້ສ້ອມແປງໂຕະ, ຕັ່ງ, ຕູ້ ທີ່ເປ່ເພ, ຜະລິດອຸປະກອນສື່ການສອນ ແລະ ຍັງໄດ້ເຝິກົບຮົມໃຫ້ກັບນັກສຶກສາທຸກໆສາຍຮຽນ.

ປະກອບມີກິລາ ບານເຕະ, ບານສົ່ງ, ກະຕໍ້ ແລະ ກິລາພື້ນບ້ານຫຼາຍປະເພດ, ໄດ້ມີການເຝິກອົບຮົມເປັນກຳມະການຕັດສິນກິລາປະເພດຕ່າງໆ ໃຫ້ນັກສຶກສາທຸກສາຍຮຽນ ແລະ ມີການຈັດການແຂ່ງຂັນຕະຫຼອດປີ.

ແມ່ນເປີດບໍລິການເປັນສູນບໍລິການຕັດຜົມ ໂດຍມີນັກສຶກສາເປັນຜູ້ຈັດການໃນແຕ່ລະວັນ ເພື່ອບໍລິການຕັດຜົມໃຫ້ນັກສຶກສາ ແລະ ພະນັກງານຄູ-ອາຈານ ໂດຍບໍ່ເສຍຄ່າ. ມີການຜະລິດນ້ຳສະອາດດ້ວຍເຄື່ອງຈັກຂະໜາດນ້ອຍ ເພື່ອຮັບໃຊ້ບໍລິໂພກພາຍໃນ ວຄສ.

ໄດ້ບໍລິການອອກຂ່າວປະເພດຕ່າງໆທາງໂທລະໂຄ່ງ ແຕ່ວັນຈັນ ຫາ ວັນສຸກ, ມີການປະກວດຫໍຂ່າວດີເດັ່ນລະຫວ່າງສາຍຮຽນ ແລະ ມີທີມງານຂຽນຂ່າວ. ສ່ວນວົງດົນຕີແມ່ນບໍລິການຮັບໃຊ້ກິດຈະກຳສະໂມສອນຊາວໜຸ່ມ ແລະ ວຽກທັງພາຍໃນ ແລະ ນອກ ວຄສ.

ປະກອບມີການປູກເຫັດ, ປູກຜັກ, ເຮັດຝຸ່ມບົ່ມ, ນ້ຳສະກັດຊີວະພາບ, ທັດສະນະສຶກສານອກສະຖານທີ່ ແລະ ຍັງໄດ້ເຝິກອົບຮົມໃຫ້ກັບນັກສຶກສາທຸກໆສາຍຮຽນ. ສິ່ງແວດລ້ອມແມ່ນມີທີມງານຈັດສັນຂີ້ເຫຍື້ອໃຫ້ເປັນລະບົບລະບຽບ ເພື່ອຄວາມສະອາດງາມຕາ.

ປະຫວັດໂຮງຮຽນ

 ວິທະຍາໄລຄູ ສະຫວັນນະເຂດ ສ້າງ​ຕັ້ງຂື້ນເມື່ອປີ 1966 ໂດຍ​ໃສ່​ຊື່​ໃນ​ເບື້ອງ​ຕົ້ນ​ວ່າ: ວິ​ທະ​ຍາ​ໄລ​ຄູ​ ສະ​ຫວັນ​ນະ​ເຂດ ​​ຊຶ່ງເອີ້ນຕາມພາສາຝຣັ່ງວ່າ Ecole normale Savannakhet ມີ​ຂອບເຂດເນື້ອ​​ທັງ​ໝົດ​ 44 ເຮັກ​ຕາ, ເນື້ອ​ທີ່​ດິນ​ທີ່​ນອນ​ໃນ​ໂຄງ​ການ​ສຳ​ຫລວດ​ແລ້ວ​ 42 ເຮັກ​ຕາ, ດ້ານ​ໜ້າ​ໂຮງ​ຮຽນ​ຕິດ​ແປະກັບເສັ້ນ​ທາງເລກ​ທີ 9 ຍາວ 290 ແມັດ, ຊຶ່ງ​ຫ່າງ​ຈາກ​ຕົວ​ເມືອງ ສະຫວັນນະ​ເຂດ ໄປ​ທາງ​ທິດ​ຕາ​ເວັນ​ອອກ 7 ກິໂລແມັດ. ເປັນ​ໂຮງ​ຮຽນກໍ່​ສ້າງ​ຄູ​ຊັ້ນ​ຕົ້ນ ສ້າງສຳເລັດເມື່ອປີ 1969 ປະກອບດ້ວຍອາຄານຕ່າງໆທັງໝົດ 11 ຫຼັງ, ແຍກເປັນອາຄານຮຽນ 3 ຫຼັງ, ຫ້ອງຝຶກງານ 1 ຫຼັງ, ອາຄານພັກເຊົາຂອງນັກຮຽນ 3 ຫຼັງ, ຫໍອາຫານ 1 ຫຼັງ, ສຸກສາລາ 1 ຫຼັງ ແລະ ເຮືອນພັກຄະນະອຳນວຍການ 2 ຫຼັງ.

 ໂຮງຮຽນແຫ່ງນີ້ມີເປົ້າໝາຍໃນການສ້າງ​ຄູ​ໃຫ້​ສອງ​ແຂວງ​ຄື: ສະ​ຫວັນ​ນະ​ເຂດ ແລະ ຄຳ​ມ່ວນ ຜູ້ອຳນວຍການຄົນທຳອິດຊື່ວ່າ ທ່ານ ອວດ ອຸລະຈິດ. ດັ່ງນັ້ນ, ເມື່ອແບ່ງການຂະຫຍາຍຕົວ ຂອງວິທະຍາໄລຄູ ສະຫວັນນະເຂດ ເລີ່ມຈາກການສ້າງຕັ້ງຈົນ​ຮອດ​ປະ​ຈຸ​ບັນ ໄດ້​ຜ່ານ​ການຂະຫຍາຍຕົວໃນ 4 ໄລ​ຍະ​ທີ່​ແຕກ​ຕ່າງ​ກັນຄື:

 ລະຫວ່າງປີ 1969-​1975​ ເອີ້ນວ່າ ວິ​ທະ​ຍາ​ໄລ​ຄູ​ສະ​ຫວັນ​ນະ​ເຂດ ​ເປັນ​ໂຮງ​ຮຽນກໍ່​ສ້າງ​ຄູ​ຊັ້ນ​ຕົ້ນ ໃນ​ລະ​ບົບ 6+2 (ລະ​ບົບ​ເລັ່ງ​ລັດ) ແລະ ລະ​ບົບ 6+4 ເປັນ​ຄູ​ປະ​ຖົມ​ສົມ​ບູນ. ຂອບ​ເຂດ​ຂອງ​ການ​ກໍ່​ສ້າງ​ຄູ​ ແມ່ນ​ໃນ​ສອງ​ແຂວງ​ຄື: ສະ​ຫວັນ​ນະ​ເຂດ ແລະ ຄຳ​ມ່ວນ.

 ເລີ່ມ​ແຕ່​ປີ 1975-​​1989 ປ່ຽນ​ຊື່​ເປັນ​ ໂຮງ​ຮຽນ​ກໍ່​ສ້າງ​ຄູ​ຊັ້ນ​ກາງ​ເລກ 5 (ສ.ຄ 5) ຊຶ່ງ​ຮຽນ​ໃນ​ລະ​ບົບ 8+3 ແລະ ຮັບ​ເອົາພະ​ນັກ​ງານຄູຊັ້ນ​ຕົ້ນມາ​ຮຽນ​ຕໍ່​ເອົາ​ວຸດ​ທິ​ຄູຊັ້ນ​ກາງ. ໄລ​ຍະ​ນີ້ມີ​ໜ້າ​ທີ່​ກໍ່​ສ້າງ​ຄູ​ໃຫ້​ສອງ​ແຂວງ​ຄື: ສະ​ຫວັນ​ນະ​ເຂດ ແລະ ຄຳ​ມ່ວນ ຊຶ່ງ​ສາ​ມາດ​ກໍ່​ສ້າງ​ຄູ​ໄດ້​ທັງ​ໝົດ 15 ຊຸດ, ມີຈຳ​ນວນ 3.049 ຄົນ.

 ລະຫວ່າງປີ 1984-1989, ໃນ​ນີ້ເລີ່ມຈາກສົກ​ຮຽນ 1984-19​​85 ໄດ້​ສ້າງ​ຕັ້ງ ສາ​ຂາ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ ສະ​ຫວັນ​ນະ​ເຂດ ຂື້ນຊຶ່ງມີ​ຊື່​ຫຍໍ້​ວ່າ: ສາ​ຂາ ມ.ສ.ຄ ສະ​ຫວັນນະ​ເຂດ ​ໂດຍ​ແຍກ​ເອົາອາ​ຄານ​ສ່ວນ​ໜຶ່ງ​ຂອງ ສ.ຄ.5 ໄປ​ນຳ​ໃຊ້. ລະ​ຫວ່າງ ສ.ຄ.5 ແລະ ສາ​ຂາ ມ.ສ.ຄ ນັ້ນ​ມີ​ຄະ​ນະ​ອຳ​ນວຍ​ການຂອງ​ໃຜ​ລາວ, ມີ​ລະ​ບົບ​ຫຼັກ​ສູດ​ການຮຽນ​ແຕກ​ຕ່າງ​ກັນ​ຄື: ສາ​ຂາ ມ.ສ.ຄ ຮຽນ​ໃນ​ລະ​ບົບ 11+4 ສຳ​ລັບ​ນັກ​ຮຽນ​ສາ​ມັນ ແລະ ຮັບ​ເອົາ​ພະ​ນັກ​ງານ​ຄູ​ຊັ້ນ​ກາງມາ​ຮຽນ​ຕໍ່ ​ເພື່ອ​ເປັນ​ຄູຊັ້ນ​ສູງສອນຂັ້ນ​ມັດ​ທະ​ຍົມ​ຕອນ​ປາຍ. ມີ​ໜ້າ​ທີ່​ກໍ່​ສ້າງ​ຄູ​ໃນ 6 ແຂວງ ​ພາກ​ກາງແລະໃຕ້ຄື: ຄຳ​ມ່ວນ, ສະ​ຫວັນ​ນະ​ເຂດ, ຈຳ​ປາ​ສັກ, ສາ​ລະ​ວັນ, ອັດ​ຕະ​ປື ແລະ ເຊກອງ, ສ່ວນ ສ.ຄ.5 ຍັງ​ຮຽນ​ໃນ​ລະ​ບົບ 8+3 ເໝືອນ​ເດີມ; ສາ​ຂາ ມ.ສ.ຄ ກໍ່​ສ້າງ​ຄູ​ໄດ້​ທັງ​ໝົດ 5 ຊຸດມີຈຳ​ນວນ 542 ຄົນ.

 ເລີ່ມ​ຈາກສົກ​ຮຽນ 1989-​​1990 ສ.ຄ.5 ແລະ ສາ​ຂາ ມ.ສ.ຄ ໄດ້​ຮ່ວມ​ເຂົ້າ​ເປັນ​ສະ​ຖາ​ບັນ​ການ​ສຶກ​ສາ​ດຽວ ໂດຍ​ມີ​ຄະ​ນະ​ອຳ​ນວຍ​ການ​ຄະ​ນະ​ດຽວ​ເປັນ​ຜູ້​ບໍ​ລິ​ຫານ ແລະ ໄດ້ປ່ຽນ​ຊື່​ມາ​ເປັນ ໂຮງ​ຮຽນ​ກໍ່​ສ້າງ​ຄູ​ຊັ້ນ​ສູງ​ ສະ​ຫວັນ​ນະ​ເຂດ ໄລ​ຍະ​ຕໍ່​ມາ ຈຶ່ງ​ປ່ຽນ​ເປັນ​ ວິ​ທະ​ຍາ​ໄລ​ຄູ​ສະ​ຫວັນ​ນະ​ເຂດ (ວ​ຄ​ສ). ລະ​ບົບ​ການ​ຮຽນ​ແມ່ນ 11+3 ໂດຍ​ຮັບ​ເອົາ​ນັກ​ຮຽນມັດ​ທະ​ຍົມ​ຕອນ​ປາຍ ແລະ ຄູ​ຊັ້ນ​ກາງ​ ມາ​ຮຽນ​ໃນ​ຫຼັກສູດ 3 ປີ ເປັນ​ຄູ​ຊັ້ນ​ສູງລະ​ດັບອະ​ນຸ​ປ​ຣິນ​ຍາສອນ​ລະ​ດັບມັດ​ທະ​ຍົມຕອນ​ຕົ້ນ. ສົກ​ຮຽນ 1991-1992 ວຄສ ໄດ້​ສ້າງ​ຄູ ​ລະ​ບົບ 11+1 ໂດຍ​ຮັບ​ເອົາ​ນັກ​ຮຽນມັດ​ທະ​ຍົມ​ຕອນ​ປາຍ​ມາ​ຮຽນ​ຕໍ່ 1 ປີໄປ​ສອນ​ປະ​ຖົມ ແລະ ມີ​ໜ້າ​ທີ່​ກໍ່​ສ້າງ​ຄູ​ໃນ​ສອງ​ແຂວງຄື: ສະ​ຫວັນ​ນະ​ເຂດ ແລ​ະ ຄຳ​ມ່ວນ. ໄລຍະນີ້ໄດ້​ກໍ່​ສ້າງ​ຄູ​ ໃນ​ສອງ​ລະ​ບົບ ອອກ​ທັງ​ໝົດ 9 ຊຸດ , ຈຳ​ນວນ 1.062 ຄົນ, ໃນ​ນັ້ນ 11+3 ມີ 546 ຄົນ ແລະ 11+1 ມີ 516 ຄົນ.

ຜູ້ອຳນວຍການແຕ່ລະສະໄຫມ

ທ່ານ ອວດ ອຸລະຈິດ

ຄສ 1969-1971

ທ່ານ ທອງເພັດ ວົງໂພສີ

ຄສ 1971-1972

ທ່ານ ເງິນແທ່ງ ເກດຕະວົງ

ຄສ 1972-1974

ທ່ານ ທອງເຕີນ ໄຊຍະເສນ

ຄສ 1974-1976

ທ່ານ ວອນມາ ດາລາອ້ວນ

ຄສ 1976-1980

ທ່ານ ສຳພອນ ເກິ່ງພະຈັນ

ຄສ 1980-1984

ທ່ານ ວຽງຄຳ ເພັງສະຫວັນ

ຄສ 1984-1992

ທ່ານ ຄຳພູນ ຕຸໄພທູນ

ຄສ 1992-2006

ທ່ານ ກຶ່ງ ໄຊຍະສານ

ຄສ 2006-2015

ທ່ານ ລັດສະໝີ ພະໄຊສີ

ຄສ 2015-ປັດຈຸບັນ