ບົດຄວາມ

ນັກວິໄຈເປັນຫ່ວງ “ປັນຍາປະດິດ” ອາດຍາດແຍ່ງວຽກຂອງພະນັກງານ ຫ້ອງການ

ລົງວັນທີ: 21-ທັນວາ-2023 ຜູ້ຂຽນ:ໂຮງຮຽນມັດທະຍົມສາທິດ

ລະຫວ່າງທີ່ຫຼາຍຄົນກໍາລັງເປັນຫ່ວງເປັນໄຍ ວຽກງານໃນພາກອຸດສາຫະກຳ ວ່າຈະຖືກຈັກກົນຍາດແຍ່ງວຽກຫັນມາອີກຄັ້ງ ລະບົບປັນຍາປະ- ຄຶດ ຫຼື AI ອາດຈະເຂົ້າມາແທນທີ່ຕໍາແໜ່ງງານຂອງພະນັກງານຫ້ອງການໃນເວລາອັນໃກ້ນີ້ແລ້ວ ໂດຍໃນການສຶກສາຈາກ Brookings Institute ຢືນຢັນເລີຍວ່າ AI ຈະສະເທືອນຕໍາແໜ່ງງານທີ່ຕ້ອງໃຊ້ວຸດທິການສຶກສາລະດັບປະລິນຍາ ແລະ ໃນຕຳແໜ່ງທີ່ຈະໄດ້ຮັບຄ່າຈ່າງສູງ ໆອີກດ້ວຍ.
ທ່ານ ມາກ ມູໂຣ ນັກວິໄຈ ອາວຸໂສຈາກ Brookings Institute ບອກວ່າ ຈາກເດີມທີ່ຄິດວ່າ AI ຈະທົດແທນຕໍາແໜ່ງງານຄ່າຈ້າງໜ້ອຍ ແຕ່
ຕອນນີ້ ພົບວ່າປັນຍາປະດິດຈະສາມາດທົດແທນວຽກງານຂອງຄົນລາຍໄດ້ປານກາງຢ່າງພະນັກງານຫ້ອງການ ຢ່າງສູງ. ຊຶ່ງເປັນສິ່ງທີ່ໜ້າປະຫຼາດໃຈ ລະບົບປັນຍາປະດິດ ອອກແບບມາເພື່ອເຮັດສິ່ງທີ່ຕ້ອງເພິ່ງພາມັນສະໝອງຂອງມະນຸດ ເຊັ່ນ ການວາງແຜນ ການຮຽນຮູ້ ການໃຫ້ເຫດຜົນ
ແລະ ການແກ້ບັນຫາ ຊຶ່ງທຶມວິໄຈຂອງ Brookings Institute ວິເຄາະ ອາຊີບທີ່ຈະໄດ້ຮັບຜົນກະທົບຈາກ AI ໂດຍກົງ ແລະ ພົບວ່າບໍ່ມີຕໍາແໜ່ ງງານໃດທີ່ລອດພົ້ນຈາກເງື້ອມມືຂອງ AI ໄປໄດ້. ທ່ານ ມູໂຣ ຊີ້ແຈງວ່າ ຕໍາແໜ່ງງານທີ່ໃຊ້ວຸດທິການສຶກສາປະລິນຍາຕີ 4 ປີ ຈະໄດ້ຮັບຜົນກະທົບຈາກ AI ຫຼາຍກວ່າຕໍາແໜ່ງງານ ທີ່ໃຊ້ວຸດທິ
ການສຶກສາລະດັບມັດທະຍົມປາຍເຖິງ 5 ເທົ່າຕົວ ຢ່າງຕຳແໜ່ງງານທີ່ມີຮູບແບບການເຮັດວຽກແບບຊັດເຈນຕາຍຕົວ ເຊັ່ນ ນັກວິເຄາະຕະຫຼາດ ຜູ້ຈັດການຝ່າຍຂາຍ ໂປຣແກຣມເມື ນັກວິເຄາະຝ່າຍ ບໍລິຫານ ແລະ ວິສະວະກອນ ນັ້ນ ເປັນເພາະວ່າ AI ຖືກອອກແບບໃຫ້ມີທັກສະທີ່ຈໍາ-
ເປັນຂອງມະນຸດຫ້ອງການ ໂດຍສະເພາະ ຕຳແໜ່ງຝ່າຍບໍລິຫານຢ່າງຜູ້ຈັດການ ແລະ ຝ່າຍວິເຄາະ ເຊິ່ງເປັນວຽກຖະໜັດຂອງ AI ໃນແງ່ຂອງ
ການໃຊ້ທັກສະການຕັດສິນໃຈ ແລະ ການເພີ່ມປະສິດທິພາບໃນການເຮັດວຽກ.
ຈາກຄວາມທ້າທາຍທີ່ຄົບຄານເຂົ້າມາໃກ້ທຸກຂະນະ ທັມວິໄຈຂອງ Brookings Institute ແນະນໍາວ່າ ການປັບຕົວເປັນສິ່ງຈໍາເປັນຮີບດ່ວນ ສໍາລັບມະນຸດໃນທຸກແຫ່ງຫົນ ໃນການເພີ່ມຄຸນຄ່າໃຫ້ກັບວຽກທີ່ເຮັດຢູ່.
ຂະນະທີ່ທ່ານ ເອນິມາ ອະນັນກຸມາຣ໌ ຫົວໜ້າຝ່າຍ Machine Learning ຂອງ Nvidia ກ່າວວ່າ ພະນັກງານທຸກຄົນຄວນປະເມີນອະນາຄົດ ຂອງບົດບາດໜ້າທີ່ ທີ່ໄດ້ຮັບໃນວຽກທີ່ເຮັດດ້ວຍ 3 ຄໍາຖາມສໍາຄັນຄື ວຽກທີ່ເຮັດຢູ່ ເປັນວຽກທີ່ເຮັດຊໍ້າຊາກຫຼືບໍ່ ? ມີຮູບແບບການປະເມີນ ຜົນງານທີ່ຊັດເຈນຫຼືບໍ່ ? ແລະ ວຽກທີ່ເຮັດກ່ຽວຂ້ອງກັບຂໍ້ມູນມະຫາສານ ເພື່ອໃຊ້ໃນການເຝິກຝົນ AI ດ້ວຍຫຼືບໍ່? ຖ້າຄໍາຕອບທັງໝົດຄື “ແມ່ນ' ກໍຢືນຢັນໄດ້ວ່າ AI ໃກ້ຍາດແຍ່ງວຽກງານນີ້ຂອງທ່ານໄປໃນອີກບໍ່ເທົ່າໃດສືບປີຂ້າງໜ້າແນ່ນອນ.
ທ່ານ ອະນັນກຸມາຣ໌ ແນະນໍາວ່າ ພະນັກງານທີ່ສ່ຽງຕໍ່ການຖືກ AI ຍາດແຍ່ງວຽກ ຄວນມຸ່ງເປົ້າໄປທີ່ຕໍາແໜ່ງງານທີ່ຕ້ອງໃຊ້ຄວາມຄຶດສ້າງສັນ ແລະ ສັນຊາດຕະຍານມະນຸດ ເພີ່ມທັກສະແບບ Soft Skill ແລະ ດ້ານເຕັກໂນໂລຊີຊຶ່ງໃຫ້ຮູ້ເທົ່າທັນ AI ຂະນະດຽວກັນ ຕ້ອງມື growth
mindset ໃນແງ່ຂອງການຍອມຮັບ ແລະ ປັບເພີ່ມການຮຽນຮູ້ທັກສະໃໝ່ ເພື່ອເປີດປະຕູແຫ່ງໂອກາດທີ່ຈະເຂົ້າມາໃນອະນາຄົດ.
ແຫຼ່ງທີ່ມາຂອງບົດຄວາມ: https://v2.vientianemai.net/archives/5561

ຂ່າວສານຫຼ້າສຸດ

ວິທະຍາໄລຄູສະຫວັນນະເຂດ ປະຕິບັດນະໂຍບາຍເງິນສົງເຄາະ ແດ່ ຄອບຄົວ ອາຈານ ສຸກສັນ ນວນທະວົງ ທີ່ໄດ້ສູນເສຍພໍ່ທີ່ແສນເຄົາລົບຮັກ

ລົງວັນທີ:06-ພຶດສະພາ-2024

ຂ່າວສະຖາບັນ
ສ້າງຂະບວນການອະນາໄມເພື່ອຕ້ອນຮັບປີທ່ອງທ່ຽວລາວ ແລະ ວັນແມ່ຍິງສາກົນ

ລົງວັນທີ:07-ມີນາ-2024

ຂ່າວສະຖາບັນ
ພິທີຮັບເອົາສໍາມະຊິກຊາວໜຸ່ມຊຸດໃໝ່ຂອງສົກຮຽນ 2023-2024 ຂອງໂຮງຮຽນ ມັດທະຍົມສາທິດ

ລົງວັນທີ:29-ກຸມພາ-2024

ຂ່າວສະຖາບັນ
ສ້າງຂະບວນອະນາໄມຕ້ອນຮັບວັນແມ່ຍິງສາກົນ

ລົງວັນທີ:29-ກຸມພາ-2024

ຂ່າວສະຖາບັນ
ມສ ສາທິດ ສືບຕໍ່ສ້າງຂະບວນອະນາໄມອ້ອມແອ້ມວິທະຍາໄລຄູສະຫວັນນະເຂດທາງລົງບ້ານໜອງຜື

ລົງວັນທີ:23-ກຸມພາ-2024

ຂ່າວສະຖາບັນ
ການສ້າງຂະບວນອານະໄມຂອງ ໂຮງຮຽນມັດທະຍົມສາທິດ ຕ້ອນຮັບສະຫວັນນະເຂດເປີດປີທ່ອງທ່ຽວ

ລົງວັນທີ:22-ກຸມພາ-2024

ຂ່າວສະຖາບັນ