1. ກວດສອບທີ່ folder option ການກວດສອບແບບ folder optionນັ້ນ ເປັນການກວດສອບແບບງ່າຍໆ ເຊິ່ງຈະບໍ່ຄ່ອຍມີປະສິດທິພາບປານໃດ ແຕ່ກໍ່ຍັງສາມາດກວດສອບໄດ້ວ່າມີໄວຣັດ, ວິທີກວດສອບນັ້ນທຳອິດໃຫ້ເຂົ້າໄປທີ່ D ຫຼັງຈາກນັ້ນໃຫ້ເຂົ້າໄປທີ່ Tool ເມືອຄລີກແລ້ວຈະປະກົດຫົວຂໍ້ຂື້ນມາ 4 ຫົວຂໍ້ ແລະ
ທີ່ຫົວຂໍ້ສູຸດທ້າຍຈະເປັນຫົວຂໍ້ folder option ກໍ່ລະນີທີ່ເຄື່ອງນັ້ນບໍ່ folder option ສະແດງວ່າເຄື່ອງຂອງທ່ານນັ້ນຕິດໄວຮັດ (ໝາຍເຫດ: ວິທີ່ນີ້ນັ້ນແມ່ນວິທີ່ເບຶ່ອງຕົ້ນເທົ່ານັ້ນບາງຄອມພິວເຕີ ບາງທີ່ບໍ່ອາດຈະກວດສອບໄດ້).
2. ກວດສອບໃນສ່ວນຂອງ Task manager ວິທີນີ້ກໍ່ສາມາດບອກໄດ້ວ່າຄອມຂອງທ່ານນັ້ນຕິດໄວຣັດ ຫຼື ບໍ ເຊິ່ງວິທີການມີດັ່ງນີ້ ເມືອຢູ່ໃນໜ້າຈໍປົກກະຕິໃຫ້ທ່ານກົດ Alt+Ctrl+Delete ຫາກເຄື່ອງຂອງທ່ານຍັງບໍ່ຖຶກໄວຣັດເຂົ້າ
ຄຳສັງ Task manager ຈະຕ້ອງຂື້ນມາເມືອເຮົາຕ້ອງການເອີ້ນໃຊ້ງານໄດ້ ຖ້າວ່າເອີ້ນໃຊ້ງານແລ້ວຄຳສັ່ງດັ່ງກ່າວບໍ່ຂື້ນມາ, ເບື່ອງຕົ້ນໃຫ້ທ່ານສັນນິຖານວ່າເຄື່ອງຄອມພິີວເຕີຂອງທ່ານອາດຕິດໄວຣັດແນ່ນອນ ( ໝາຍເຫດ: ວິທີນີ້ເກີດກັບເຄື່ອງຄອມພິວເຕີທີ່ຕິດໄວຣັດມາຫຼາຍເຄື່ອງແລ້ວ).
3. ກວດສອບຄໍາສັງ Run ເບື່ອງຕົ້ນຄໍາສັ່ງ Run ນັ້ນເປັນຄໍາສັ່ງພື້ນຖານເມືອເຮົາເອີ້ນໃຊ້ງາຕົວໂປຣແກຣມຈະສະແດງຂື້ນມາ, ເຊິ່ງການກວດກໍ່ງ່າຍເຊັນດຽວກັນໃນໜ້າຈໍ ປົກກະຕິເຮົາຈະກົດປຸ່ມ (ເຊິ່ງຢູ່ລະຫວ່າງ ປຸ່ມ ctrl and Alt)
ກົດປຸ່ມວິນໂດຄ້າງໄວ້ ແລະ ຫຼັງຈາກນັ້ນກົດຕາມດ້ວຍຕົວ R, ເມືອກົດຕົວ R ອອກມາແລ້ວ ໜ້າຕ່າງຂອງຄຳສັງ Run ນັ້ນຈະສະແດງຂື້ນມາ, ຖ້າວ່າບໍ່ມີ ຫຼື ວ່າທ່ານບໍ່ສາມາດເອີ້ນຄໍາສັ່ງດັງກ່າວໄດ້ ສະແດງວ່າເຄື່ອງຂອງທ່ານຖຶກໄວຣັດແລ້ວ.
4. ການກວດໂດຍການ ຄລິກຂວ່າທີ່ ໄດຣ໌ C,D ຫຼື ໄດຣ໌ ຕ່າງໆແລ້ວຕົວໜັງສືພຽນໄປເຊັ່ນເມືອຄລິກທີ່ໄດຣ໌ D ແລ້ວປະກົດວ່າ open ບໍ່ເຫັນ ຫຼື ມີຄໍາວ່າ open2 ອັນ ຫຼື ຕົວໜັງສືຂອງຄໍາວ່າ open ນັ້ນຜິດປົກກະຕິນັັ້ນສະແດງວ່າຄອມຕິດໄວຣັດແລ້ວ.
5. ກໍ່ລະນີເຄື່ອງຖຶກຕັ້ງລະຫັດເອງ ໂດຍທີ່ເຮົາບໍ່ໄດ້ເຂົ້າໄປຈັດການເລີຍໃນກໍລະນີນີ້ອາດຈະເປັນຄ້າຍກັບການຕັ້ງລະຫັດເຂົ້າເຄື່ອງນັ້ນ, ແຕ່ທີ່ຈິງທ່ານບໍ່ໄດ້ໄປຕັ້ງລະຫັດຫຍັງ, ເຊິ່ງລັກສະນະແບບນີ້ເປັນອາການຂອງໄວຣັດ,
ເຊິ່ງຖ້າທ່ານໃຊ້ໄປດົນໆແລ້ວເຄື່ອງຂອງທ່ານກໍ່ຈະມີອາການຜິດປົກກະຕິຂື້ນເລື້ອຍໆດັ່ງນັ້ນເມື່ອເກີດອາການດັ່ງກ່າວໃຫ້ສັນນິຖານໄວ້ເລີຍວ່າເຄື່ອງຂອງທ່ານອາດຕິດໄວຣັດແລ້ວ (ແຕ່ກ່ອນຈະຄິດວ່າເປັນໄວຣັດໃຫ້ທ່ານຖາມຄົນທີ່ໃຊ້ຄອມພິວເຕີຂອງທ່ານເບິ່່ງວ່າມີຄົນໄປຕັ້ງລະຫັດ ຫຼື ຕັ້ງຄ່າຫຍັງບໍ).
6. ກວດສອບໃນ folder.exe ວິທີ່ນີ້ຮ່ວມໄປເຖິງໄວຣັດ .exe ບາງຕົວນຳ, ເຊິ່ງອາການກໍ່ຄື່ວ່າ folder ຈະເປັນດັ່ງນີ້: ສີເຫຼືອງເຂັມຜິດປົກກະຕິ ແລະ ບໍ່ສາມາດຈະດັບເບີຄລິກ ຫຼື ດັບເບິຄລິກແລ້ວບໍ່ມີຫຍັງເກີດຂືນ, ກໍ່ລະນີນີ້ໃຫ້ທ່ານຄິດໄວ້ເລີຍວ່າ folder ນັ້ນແມ່ນມີໄວຣັດ ແລະ ຖ້າຫາກຍັງຄລິກເຂົ້າໄປແລ້ວ ເຄື່ອງຄອມພິວເຕີຈະຕິດໄວຣັດທັນທີ່່່່.
ວິທີ່ແກ້່: ເມື່ອສົງໃສ ຫຼື ເຫັນວ່າມັນຜິດປົກກຕິເຊັ່ນ: ລັກສະນະຂອງຕົວອັກສອນພຽນໄປແນະນໍາວ່າທຳອິດໃຫ້ເຂົ້າໄປທີ່ Tool ແລ້ວເລີກ folder option ຫຼັງຈາກນັ້ນໄປເລືອກທີ່ view ຫາຫົວຂໍ້ Hidden files and folder,
ຫົວຂໍ້ຍ່ອຍນັ້ນໃຫ້ເລື່ອນໄປທີ່ show hidden file and folder ເພື່ອສະແດງໄຟລ໌ທີ່ຖຶກໄວຣັດນັ້ນເອົາໄປເຊື່ອງ ຫຼັງຈາກນັ້ນໃຫ້ທ່ານຫາ Hide extension for know file types ແລະ Hede protected operating system files
ໃຫ້ຕິກເຄື່ອງໝາຍຫົວຂໍ້ທັງສອງອອກ ຫຼັງຈາກນັ້ນກົດ Apply ແລວ້ກໍ່ກົດ Ok ເມືອກົດແລ້ວໃຫ້ເຂົ້າໄປທີ່ ໄດຣ໌ D ເບິ່ງວ່າມີ folder.exe ປະກົດຢູ່ ຫຼື ບໍຖ້າມີຢູ່ໃຫ້ທ່ານລົບໂດຍໃຊ້ໂປຣແກຮມ Unlocker ເພາະວ່າໄຟລ໌ດັ່ງກ່າວເປັນໄວຣັດແນ່ນອນເພາະໂດຍປົກກະຕິແລ້ວໄຟລ໌ທີ່ເປັນ folder ນັ້ນຈະບໍ່ມີ .exe
ນີ້ເປັນພຽງວິທີ່ການກວດສອບເບືອງຕົົ້ນເທົ່ານັ້ນ, ເຖິງວ່າຈະບໍ່ໄດ້ຜົນ 100% ແຕ່ສາມາດຈັດການໄວຣັດ .exe ຢ່າງແນ່ນອນແຕ່ຕ້ອງອາໃສ່ຄວາມເຂົ້າໃຈ ແລະ ການສັງເກດພໍສົມຄວນ, ຖ້າບໍ່ດັ່ງນັ້ນມີການເລືອກໄຟຣ໌ຜິດ ແລະ ຈະມີບັນຫາຕາມາ ( ຖ້າທ່ານໃຊ້ໂປຣແກຣມ Unlocker ໃນການລົບຈະໄດ້ຜົນດີກວ່າລົບໂດຍປານກົດ
Shift+delete ທີ່ສຳຄັນນຢ່າເຂົ້າໄປລົບໃນໄດຣ໌ C ເດັດຂາດເພາະໃນສ່ວນຂອງ ໄດຣ໌ C ນັ້ນເປັນການປະກອບຂອງໄຟລ໌ວິນໂດຕ່າງໆ.
7. ກວດສອບການທໍາງານຂອງ CPU ວິທີ່ນີ້ເປັນການກວດສອບເບິ່ງວ່າ CPU ຂອງເຮົານັ້ນທໍາງານຜິດປົກກະຕິ ຫຼື ບໍ, ເຊິ່ງວິທີ່ກວດສອບນັ້ນໃຫ້ກົດເຂົ້າໄປທີ່ Task Manager ຫຼັງຈາກນັ້ນໃຫ້ເລືອກໄປທີ່ຫົວຂໍ້ Performance ໃຫ້ສັງເກດເບິ່ງວ່າຫົວຂໍ້ CPU Usage ທໍາງານຢູ່ຈັກ % ຫາກຣັນທີ່ 100%
ຕະຫຼອດໂດຍທີ່ເຮົາບໍ່ໄດ້ຣັນໂປຣແກຣໃດໆເລຍ ສະແດງວ່າເຄື່ອງຂອງເຮົານັ້ນຖຶກໄວຣັດເຂົ້າສະແລ້ວ ແລະ ອາການດັ່ງນກວ່າອາດຈະສົ່ງຜົນໃຫ້ເຄື່ອງຄອມພິວເຕີນັ້ນ Restart ເອງ ຫຼື ບາງຄັ້ງອາດຈະເຮັດໃຫ້ເຄື່ອງຄອມພິວເຕີຂອງເຮົານັ້ນດັບເອງໄດ້, ຖ້າຫາກວ່າເຄື່ອງຂອງທ່ານຕອນນີ້ມີອາການຄ້າງໆແລ້ວ restart
ເອງຫຼາຍຄັ້ງນັ້ນສະແດງວ່າຄອມພິວເຕີຂອງທ່ານຕອນນີ້ມີອາການ ຄ້າງໆແລ້ວ restart ເອງຫຼາຍໆຄັ້ງແລັວນັ້ນຂອງເຂົ້າມາກວດສອບການເຮັດວຽກຂອງ CPU ເບິ່ງໄດ້.
ທັງໝົດນີ້ເປັນພຽງການກວດສອບເຄື່ອງຄອມພິວເຕີເບິ່ງຕົ້ນເທົ່ານັ້ນ ວ່າເຄື່ອງຂອງເຮົານັ້ນຕິດໄວຣັດ ຫຼື ບໍເຊິ່ງທີ່ຈິ່ງແລ້ວມີວິທີ່ກວດສອບອີກຫຼາຍແຕ່ວິທີ່ນີ້ເປັນວິທີທີ່ສາມາດກວດສອບໄດ້ດວ້ຍຕົນເອງເຖິງວ່າຈະບໍ່ມີຄວາມຮູ້ເລືອງຄອມພິວເຕີຫຼາຍປານໃດ ແລະ ສາມາດກວດສອບໄດ້ເອງໂດຍບໍ່ສົ່ງຜົນກະທົບຍກັບເຄື່ອງເລິຍ
ສ່ວນຜົນຂອງການກວດສອບນັ້ນບໍ່ປະກົດອອກຕາມຂໍ້ມູນນີ້ ນັ້ນກໍ່ຍ້ອນວ່າເປັນຜົນຈາກຫຼາຍອົງປະກອບເຊັ່ນ: ເວິຊັນຂອງວິນໂດ້, ການປັບແຕ່ງຂອງວິນໂດ້ນັ້ນໆ.